ເນື້ອເພງ: ກ້ຽວສາວນາປົ່ງ

... intro ...
ຊ: ໂອ້ສາວ ສາວງາມນາປົ່ງຝັງໃຈ
ຄິດຮອດເຈົ້າຫຼາຍ ສາວຄົງເຊໂດນແດນນີ້
ອ້າຍຢູ່ປາກເຊ ຄິດຮອດເດຢູ່ທຸກນາທີ
ຄືນວັນຝັນເຫັນຄົນດີ ວ່າຊ່ວຍນາລີນັ່ງຂາຍປິ້ງໄກ່
ຍ: ອ້າຍເອີຍ ບໍ່ຄືສົມຄໍາເວົ້າຈາ
ບໍ່ເຫັນໜ້າມາ ຢື້ຢາມສາວນາປ່ົງຄອຍ
ປິ້ງໄກ່ໄວ້ລໍ ລືມແລ້ວບໍ່ລົດຊາດເຄີຍລອງ
ຫຼືອ້າຍໄປມີເຈົ້າຂອງ ປ່ອຍໃຫ້ນ້ອງຄອງຄອຍມື້ລໍວັນ
ຊ: ບຸນໃຫຍ່ມະໂຫລານ ເທດສະການງານປິ້ງໄກ່ໃຫຍ່
ອ້າຍເຄີຍໃຫ້ສັນຍາໄວ້ ແລ້ວສິຕັ້ງໃຈໄປຫາຈອມຂວັນ
ຍ: ຫາກເວົ້າບໍ່ຈິງ ໃຫ້ຟ້າດິນຊ່ວຍລົງໂທດທັນ
ຈະລໍຄອຍຈົນເຖິງວັນນັ້ນ ຢ່າຫຼອກລວງກັນເດີບ່າວປາກເຊ
ຊ: ຄໍາໝັ້ນສັນຍາ ຊິຫາຂອງໝັ້ນຂັນວາງສິນສອດ
ຍ: ນ້ອງຄົງສົມໃຈທີ່ໄດ້ຕັ້ງລໍ ຊິບອກແມ່ພໍ່ຮັບອ້າຍເປັນເຂີຍ
ຊ-ຍ: ຄູ່ສົມຄູ່ສ້າງ ຈະບໍ່ຫ່າງກັນເໝືອນດັ່ງເຊັ່ນເຄີຍ
ຈະສ້າງຖານະຄວາມຝັນເຮົາເອີຍ ຢ່າຫ່າງກັນເລີຍປາກເຊນາປົ່ງ

( ຈົບເພງ )

ความคิดเห็น

โพสต์ยอดนิยมจากบล็อกนี้