ເນື້ອເພງ: ກ້ຽວສາວບ້ານເກິນ

... intro ...
ເມື່ອອ້າຍໄດ້ມາ ມາພົບສາວແຕ່ພຽງຄັ້ງດຽວ
ຫົວໃຈອ້າຍນີ້ຢາກໂນ້ມໜ່ຽວ ອ້າຍຈົນຫຼົງກ້ຽວກ້ຽວສາວບ້ານເກິນ
ນ້ອງຊ່າງງາມຍິ່ງ ຄິດຢາກແອບອິງນ້ອງນາງຢ່າເມີນ
ອ້າຍຂໍບອກສາວຈົ່ງເຫັນໃຈເທີ້ນ ຜູ້ທີ່ຫຼົງເດີນພັດຖິ່ນບ້ານມາ
ອ້າຍໄດ້ຍິນຄໍາ ຄໍາວ່າຮັກມາຈາກຊາມໄວ
ຄໍາເວົ້າສາວນີ້ຊ່າງຫຼົງໄຫຼ ຊາບຊຶ້ງຕຶງໃຈໃນດວງອຸລາ
ຈົ່ງເໝືອນຄໍາເວົ້າ ທີ່ອ້າຍແລະສາວເຄີຍເວົ້າກັນມາ
ຢ່າລວງໃຫ້ອ້າຍນີ້ເສຍນໍ້າຕາ ເໝືອນນໍ້າຖ້ວມນາຂອງອ້າຍຫຼົ້ມຈົມ
ນ້ອງຂວັນຕາ ຈົ່ງສົງສານ
ຫາກນ້ອງເຫັນໃຈອ້າຍນັ້ນ ຈະຮັກຈອມຂວັນບໍ່ໃຫ້ໂສກຕຣົມ
ປີໜ້າຕໍ່ໄປ ຈະປູກເຂົ້າໄຮ່ເຂົ້ານາໃຫ້ສົມ
ຫາກແມ່ນດິນຟ້າມີຄວາມອຸດົມ ຈະຂໍພິລົມໃຫ້ສົມຮັກດຽວ
ອ້າຍຈະຂໍຈໍາ ດິນຖິ່ນນັ້ນທີ່ເຄີຍໄດ້ຢູ່
ກັບຄວາມຮັກທີ່ນ້ອງອູ້ມຊູ ດິນຟ້າຈົ່ງຮູ້ໄວ້ເປັນສັກຂີ
ເຖິງຢູ່ໄກກັນ ຫົວໃຈອ້າຍນັ້ນບໍ່ໄດ້ໜ່າຍໜີ
ອີກປີໜ້າຈະມາອີກທີ ສູ່ຂໍຄົນດີສາວບ້ານເກິນ
... intro ...
ນ້ອງຂວັນຕາ ຈົ່ງສົງສານ
ຫາກນ້ອງເຫັນໃຈອ້າຍນັ້ນ ຈະຮັກຈອມຂວັນບໍ່ໃຫ້ໂສກຕຣົມ
ປີໜ້າຕໍ່ໄປ ຈະປູກເຂົ້າໄຮ່ເຂົ້ານາໃຫ້ສົມ
ຫາກແມ່ນດິນຟ້າມີຄວາມອຸດົມ ຈະຂໍພິລົມໃຫ້ສົມຮັກດຽວ
ອ້າຍຈະຂໍຈໍາ ດິນຖິ່ນນັ້ນທີ່ເຄີຍໄດ້ຢູ່
ກັບຄວາມຮັກທີ່ນ້ອງອູ້ມຊູ ດິນຟ້າຈົ່ງຮູ້ໄວ້ເປັນສັກຂີ
ເຖິງຢູ່ໄກກັນ ຫົວໃຈອ້າຍນັ້ນບໍ່ໄດ້ໜ່າຍໜີ
ອີກປີໜ້າຈະມາອີກທີ ສູ່ຂໍຄົນດີສາວບ້ານເກິນ
( ຈົບເພງ )


ความคิดเห็น

โพสต์ยอดนิยมจากบล็อกนี้