ເນື້ອເພງ: ກະຖິນລືມຖິ່ນ - ຊາຍ
... intro ...
ລົມເອີຍລົມ ລົມໜາວພັດຮວງເຂົ້າ
ລົມເອີຍຊ່ວຍໄປບອກສາວ ໃຫ້ກັບບ້ານເຮົາປີນີ້
ເຂົ້າເຮັດງານຢູ່ເມືອງໄທ ຢູ່ແຂວງສຸລາດທານີ
ອ້າຍມານັ່ງຄອຍຄົນດີ ຢູ່ທີ່ແຄມຂອງມ່ອງເກົ່າ
ລົມວອຍໆ ໃຈຄົນຄອຍວ້າເວ່
ຂ້ອຍອຸກໃຈແຮງແທ້ເດ ອຸກເດຄິດນໍາຜູ້ສາວ
ນັດກັນງານອອກພັນສາ ການດາຊິມາບ້ານເຮົາ
ມານັ່ງເບິ່ງຊ່ວງເຮືອມ່ອງເກົ່າ ມ່ອງສອງເຮົານັ່ງເບິ່ງປີກາຍ
ລືມແລ້ວບໍ່ຫຼ້າ
ສັນຍານ້ອງລືມແລ້ວບໍ່
ລືມແລ້ວບໍໍ ລືມແລ້ວບໍ່
ໄປຢູ່ໄທໄດ້ແຟນຄົນຫຼໍ່ ເລີຍຫຼົງມົນສະຕໍແດນໃຕ້
ເຈົ້າຄົງລືມໝາກກະຖິນ ໄດ້ກິນສະຕໍຝັກໃຫຍ່
ໂທມາຫາອ້າຍຍາມໃດ ກະເວົ້າໄທປັກໃຕ້ຍອຍໆ
ຄົນເອີຍຄົນ ຄົນໃຈດໍາຄືໝື້
ໃຈນາງປິ້ນດັ່ງຝາມື ບໍ່ຄືຄໍາເວົ້າຈັກໜ່ອຍ
ປາກໃຈນ້ອງບໍ່ຕົງກັນ ປ່ຽນຜັນວັນລະຫຼາຍລ້ອຍ
ໂທມາບອກອ້າຍໃຫ້ຄອຍ ໂລດມິດຈ້ອຍຄອຍຖ້າບໍ່ເຫັນມາ
... intro ...
ລືມແລ້ວບໍ່ຫຼ້າ ສັນຍານ້ອງລືມແລ້ວບໍ່
ລືມແລ້ວບໍໍ ລືມແລ້ວບໍ່
ໄປຢູ່ໄທໄດ້ແຟນຄົນຫຼໍ່ ເລີຍຫຼົງມົນສະຕໍແດນໃຕ້
ເຈົ້າຄົງລືມໝາກກະຖິນ ໄດ້ກິນສະຕໍຝັກໃຫຍ່
ໂທມາຫາອ້າຍຍາມໃດ ກະເວົ້າໄທປັກໃຕ້ຍອຍໆ
ຄົນເອີຍຄົນ ຄົນໃຈດໍາຄືໝື້
ໃຈນາງປິ້ນດັ່ງຝາມື ບໍ່ຄືຄໍາເວົ້າຈັກໜ່ອຍ
ປາກໃຈນ້ອງບໍ່ຕົງກັນ ປ່ຽນຜັນວັນລະຫຼາຍລ້ອຍ
ໂທມາບອກອ້າຍໃຫ້ຄອຍ ໂລດມິດຈ້ອຍຄອຍຖ້າບໍ່ເຫັນມາ
( ຈົບເພງ )
ความคิดเห็น
แสดงความคิดเห็น