บทความ

 ເນື້ອເພງ: ກະຖິນລືມຖິ່ນ - ຊາຍ ... intro ...  ລົມເອີຍລົມ ລົມໜາວພັດຮວງເຂົ້າ ລົມເອີຍຊ່ວຍໄປບອກສາວ ໃຫ້ກັບບ້ານເຮົາປີນີ້ ເຂົ້າເຮັດງານຢູ່ເມືອງໄທ ຢູ່ແຂວງສຸລາດທານີ ອ້າຍມານັ່ງຄອຍຄົນດີ ຢູ່ທີ່ແຄມຂອງມ່ອງເກົ່າ ລົມວອຍໆ ໃຈຄົນຄອຍວ້າເວ່ ຂ້ອຍອຸກໃຈແຮງແທ້ເດ ອຸກເດຄິດນໍາຜູ້ສາວ ນັດກັນງານອອກພັນສາ ການດາຊິມາບ້ານເຮົາ ມານັ່ງເບິ່ງຊ່ວງເຮືອມ່ອງເກົ່າ ມ່ອງສອງເຮົານັ່ງເບິ່ງປີກາຍ  ລືມແລ້ວບໍ່ຫຼ້າ ສັນຍານ້ອງລືມແລ້ວບໍ່ ລືມແລ້ວບໍໍ ລືມແລ້ວບໍ່ ໄປຢູ່ໄທໄດ້ແຟນຄົນຫຼໍ່ ເລີຍຫຼົງມົນສະຕໍແດນໃຕ້ ເຈົ້າຄົງລືມໝາກກະຖິນ ໄດ້ກິນສະຕໍຝັກໃຫຍ່ ໂທມາຫາອ້າຍຍາມໃດ ກະເວົ້າໄທປັກໃຕ້ຍອຍໆ ຄົນເອີຍຄົນ ຄົນໃຈດໍາຄືໝື້ ໃຈນາງປິ້ນດັ່ງຝາມື ບໍ່ຄືຄໍາເວົ້າຈັກໜ່ອຍ ປາກໃຈນ້ອງບໍ່ຕົງກັນ ປ່ຽນຜັນວັນລະຫຼາຍລ້ອຍ ໂທມາບອກອ້າຍໃຫ້ຄອຍ ໂລດມິດຈ້ອຍຄອຍຖ້າບໍ່ເຫັນມາ ... intro ...  ລືມແລ້ວບໍ່ຫຼ້າ ສັນຍານ້ອງລືມແລ້ວບໍ່ ລືມແລ້ວບໍໍ ລືມແລ້ວບໍ່ ໄປຢູ່ໄທໄດ້ແຟນຄົນຫຼໍ່ ເລີຍຫຼົງມົນສະຕໍແດນໃຕ້ ເຈົ້າຄົງລືມໝາກກະຖິນ ໄດ້ກິນສະຕໍຝັກໃຫຍ່ ໂທມາຫາອ້າຍຍາມໃດ ກະເວົ້າໄທປັກໃຕ້ຍອຍໆ ຄົນເອີຍຄົນ ຄົນໃຈດໍາຄືໝື້ ໃຈນາງປິ້ນດັ່ງຝາມື ບໍ່ຄືຄໍາເວົ້າຈັກໜ່ອຍ ປາກໃຈນ້ອງບໍ່ຕົງກັນ ປ່ຽນຜັນວັນລະຫຼາຍລ້ອຍ ໂທມາບອກອ້າຍໃຫ້ຄອຍ ໂລ...
ເນື້ອເພງ: ກະຖິນລືມຖິ່ນ - ຍິງ ... intro ... ລົມເອີຍລົມ ລົມໜາວພັດຮວງເຂົ້າ ລົມເໜືອພັດມາເບົາໆ ແຕ່ຫອບເຫງົາເຂົ້າເຕັມຫ້ອງໃຈ ຈາກນາມາເກືອບສອງປີ ຢູ່ຣາດທານີເມືອງໄທ ແດນດິນຖິ່ນສະຕໍຝັກໃຫຍ່ ແຕ່ຫົວໃຈຫ່ວງຫາບ້ານເຮົາ ລົມວອຍໆ ໃຈລ່ອງລອຍຫວ້າເຫວ່ ຄິດຮອດບ້ານເຮົາແທ້ເດ ຄິດເດຄິດຮອດຜູ້ບ່າວ ນັດກັນງານອອກພັນສາ ສັນຍາຊິຄືນບ້ານເຮົາ ໄປນັ່ງເບິ່ງຊ່ວງເຮືອມ່ອງເກົ່າ ມ່ອງສອງເຮົານັດກັນໝັ້ນໝາຍ  ຄໍາອ້າຍສັ່ງ ຍັງດັງກ້ອງຢູ່ວອນໆ ວອນໆໆໆ ຫົວໃຈສຸດຫ່ວງຫາອາວອນ ຍາມນອນກໍ່ກອດໝອນແທນອ້າຍ ບໍ່ເຄີຍລືມໝາກກະຖິນ ເຖິງກິນສະຕໍຝັກໃຫຍ່ ຍາມກິນໝາກສະຕໍເທື່ອໃດ ກໍ່ຄິດໃສ່ໝາກກະຖິນບ້ານເຮົາ ຄົນເອີຍຄົນ ຄົນຫູເບົາເອົາງ່າຍ ສັ່ງໃຫ້ລໍຄົງບໍ່ເຖິງຕາຍ ຊິໂວຍວາຍຫຍັງເດຜູ້ບ່າວ ອົດໃຈລໍອີກຈັກປີ ເຖິງປີນີ້ນັດກັນແລ້ວຟາວ ປີຊິມາຈຶ່ງພໍ້ກັນໜໍເຮົາ ນ້ອງຊິຕ່າວຄືນຖິ່ນກະຖິນ  ... intro ... ຄໍາອ້າຍສັ່ງ ຍັງດັງກ້ອງຢູ່ວອນໆ ວອນໆໆໆ ຫົວໃຈສຸດຫ່ວງຫາອາວອນ ຍາມນອນກໍ່ກອດໝອນແທນອ້າຍ ບໍ່ເຄີຍລືມໝາກກະຖິນ ເຖິງກິນສະຕໍຝັກໃຫຍ່ ຍາມກິນໝາກສະຕໍເທື່ອໃດ ກໍ່ຄິດໃສ່ໝາກກະຖິນບ້ານເຮົາ ຄົນເອີຍຄົນ ຄົນຫູເບົາເອົາງ່າຍ ສັ່ງໃຫ້ລໍຄົງບໍ່ເຖິງຕາຍ ຊິໂວຍວາຍຫຍັງເດຜູ້ບ່າວ ອົດໃຈລໍອີກຈັກປີ ເຖິງປີນີ້ນັດກັນແລ້ວຟາວ ປີຊິມາຈຶ່ງພໍ້ກ...
 ເນື້ອເພງ: ກ້ຽວສາວແຄມງື່ມ ... intro ... ຊ: ໂອ..ສາວແຄມງື່ມແຫ່ງນີ້ ອ້າຍຂໍຝາກໄມຕີ ກັບນ້ອງນີ້ດ້ວຍໃຈໝາຍໝັ້ນ ຂໍຝາກກາຍ ຝາກດວງຊີວັນ ມອບໃຫ້ແດ່ຈອມຂວັນ ນວນນ້ອງສາວແຄມງື່ມ ຮັກເຈົ້າແລ້ວ ອ້າຍບໍ່ຄິດຈະລະລືມ ຫວັງຕາຍຮ່ວມສາວງື່ມ ບໍ່ລືມບໍ່ເລືອນນີ້ເລີຍ ຍ: ໂອ..ບ່າວວຽງຈັນນີ້ເອີຍ ນ້ອງເກີດມາບໍ່ເຄີຍ ຈະຮັກຊາຍຄົນໃດມາກ່ອນ ນ້ອງເປັນສາວ ສາວປ່າດົງດອນ ໃຜບໍ່ເຄີຍມາວອນ ຂໍຄວາມຮັກຈາກນ້ອງ ມີແຕ່ອ້າຍ ຄົນດຽວທີ່ມາໝາຍປອງ ນ້ອງເອງບໍ່ຂັດຂ້ອງ ຮັກນ້ອງແລ້ວຢ່າປ່ຽນໃຈ ຊ: ນໍ້າງື່ມ ຮັກແຄມງື່ມນັ້ນພຽງໃດ ກໍ່ປຽບເໝືອນຫົວໃຈ ອ້າຍຮັກນ້ອງພຽງນັ້ນ ຍ: ນໍ້າງື່ມ ຮັກແຄມບໍ່ຍອມແປຜັນ ຂໍດວງໃຈອ້າຍນັ້ນ ເໝືອນນໍ້າງື່ມນີ້ແລ້ວກໍ່ພໍ ຊ: ໂອ..ສາວແຄມງື່ມນີ້ໜໍ ອ້າຍຂໍຮັກນ້ອງໝັ້ນ ຊົ່ວຊີວັນຈະຈາກໂລກນີ້ ຍ: ນ້ອງເໝືອນກັນ ຈະຊື່ສັດພັກດີ ຮັກແຕ່ພຽງອ້າຍນີ້ ບໍ່ມີວັນລືມໄດ້ ຊ: ບຸນອ້າຍແລ້ວ ນ້ອງແກ້ວເຈົ້າຍັງເຫັນໃຈ ຍ: ເພາະນ້ອງກໍຮັກອ້າຍ ຮັກອ້າຍໝາຍຝາກຊີວັນ ຊ: ນ້ອງເອີຍ ຢ່າເລີຍລະລືມຮັກໝັ້ນ ຍ: ອ້າຍເອີຍ ນ້ອງບໍ່ລະເລີຍຮັກນັ້ນ ຊ+ຍ: ເຮົາຂໍຢູ່ຮ່ວມກັນ ຮັກກັນຊົ່ວນິລັນດອນ .. music ... ຊ: ນໍ້າງື່ມ ຮັກແຄມງື່ມນັ້ນພຽງໃດ ກໍ່ປຽບເໝືອນຫົວໃຈ ອ້າຍຮັກນ້ອງພຽງນັ້ນ ຍ: ນໍ້າງື່ມ ຮັກແຄມບໍ່ຍອມແປຜັນ ຂໍດວງໃຈອ້າຍນັ້ນ ເໝື...
 ເນື້ອເພງ: ກ້ຽວສາວວຽງຈັນ ... intro ... ເປັນບຸນຕາ ຫຼືວາດສະໜາເສີມສົ່ງ ຈຶ່ງໄດ້ມາຟ້ອນລໍາວົງ ຮ່ວມກັນສາວເມືອງວຽງຈັນ ຮູບສວຍແສນງາມຜ່ອງພັນ ຮູບສວຍແສນງານຜ່ອງພັນ ຫາໃສທຽບທຽມທັນ ສາວວຽງຈັນງາມຍິ່ງ ຄົນເດີນດິນ ຫຼືຫຸ່ນອົງອິນລົງແຕ່ງ ຫຼືວ່ານາງຟ້າຈໍາແລງ ຈຶ່ງງາມທຸກແຫ່ງເກີນຍິງ ຫາກແມ່ນໄດ້ນ້ອງມານອນແອບອິງ ຫາກແມ່ນໄດ້ນ້ອງມານອນແອບອິງ ຈະຮັກເຈົ້າດ້ວຍໃຈຈິງ ຍິ່ງກວ່າຊີວາ ງາມແທ້ແມ່ເອີຍ ຫາໃສເອີ່ຍຈະເໝືອນແກ້ວຕາ ຢາກຈະມາຂໍເປັນຄູ່ນ້ອງ ມາຂໍຄຽງຄອງຮ່ວມຫ້ອງຫໍໃນຍາມນິທາ ຢ່າເມີນເສີຍເລີຍນະດວງແກ້ວຕາ ຢ່າເມີນເສີຍເລີຍນະດວງແກ້ວຕາ ຂ້ອຍປາດຖະໜາ ຮັກເຈົ້າສຸດຫົວໃຈ ເປັນບຸນຕາ ຂອງເຮົາຢູ່ແລ້ວຄັ້ງກ່ອນ ເຈົ້າຢ່າໄປຫຼົງລືມຄອນ ກັບມາກອດໝອນຄຽງກາຍ ໂປດເຖີດນ້ອງສາວວຽງຈັນຢ່າອຽງອາຍ ໂປດເຖີດນ້ອງສາວວຽງຈັນຢ່າອຽງອາຍ ຮັກເຈົ້າຢ່າງຈິງໃຈ ຂໍເປັນເຂີຍໃໝ່ພໍ່ນາງ ... music ... ງາມແທ້ແມ່ເອີຍ ຫາໃສເອີ່ຍຈະເໝືອນແກ້ວຕາ ຢາກຈະມາຂໍເປັນຄູ່ນ້ອງ ມາຂໍຄຽງຄອງຮ່ວມຫ້ອງຫໍໃນຍາມນິທາ ຢ່າເມີນເສີຍເລີຍນະດວງແກ້ວຕາ ຢ່າເມີນເສີຍເລີຍນະດວງແກ້ວຕາ ຂ້ອຍປາດຖະໜາ ຮັກເຈົ້າສຸດຫົວໃຈ ເປັນບຸນຕາ ຂອງເຮົາຢູ່ແລ້ວຄັ້ງກ່ອນ ເຈົ້າຢ່າໄປຫຼົງລືມຄອນ ກັບມາກອດໝອນຄຽງກາຍ ໂປດເຖີດນ້ອງສາວວຽງຈັນຢ່າອຽງອາຍ ໂປດເຖີດນ້ອງສາວວຽງຈັນຢ່າອຽງອາຍ...
ເນື້ອເພງ: ກ້ຽວສາວບ້ານເກິນ ... intro ... ເມື່ອອ້າຍໄດ້ມາ ມາພົບສາວແຕ່ພຽງຄັ້ງດຽວ ຫົວໃຈອ້າຍນີ້ຢາກໂນ້ມໜ່ຽວ ອ້າຍຈົນຫຼົງກ້ຽວກ້ຽວສາວບ້ານເກິນ ນ້ອງຊ່າງງາມຍິ່ງ ຄິດຢາກແອບອິງນ້ອງນາງຢ່າເມີນ ອ້າຍຂໍບອກສາວຈົ່ງເຫັນໃຈເທີ້ນ ຜູ້ທີ່ຫຼົງເດີນພັດຖິ່ນບ້ານມາ ອ້າຍໄດ້ຍິນຄໍາ ຄໍາວ່າຮັກມາຈາກຊາມໄວ ຄໍາເວົ້າສາວນີ້ຊ່າງຫຼົງໄຫຼ ຊາບຊຶ້ງຕຶງໃຈໃນດວງອຸລາ ຈົ່ງເໝືອນຄໍາເວົ້າ ທີ່ອ້າຍແລະສາວເຄີຍເວົ້າກັນມາ ຢ່າລວງໃຫ້ອ້າຍນີ້ເສຍນໍ້າຕາ ເໝືອນນໍ້າຖ້ວມນາຂອງອ້າຍຫຼົ້ມຈົມ ນ້ອງຂວັນຕາ ຈົ່ງສົງສານ ຫາກນ້ອງເຫັນໃຈອ້າຍນັ້ນ ຈະຮັກຈອມຂວັນບໍ່ໃຫ້ໂສກຕຣົມ ປີໜ້າຕໍ່ໄປ ຈະປູກເຂົ້າໄຮ່ເຂົ້ານາໃຫ້ສົມ ຫາກແມ່ນດິນຟ້າມີຄວາມອຸດົມ ຈະຂໍພິລົມໃຫ້ສົມຮັກດຽວ ອ້າຍຈະຂໍຈໍາ ດິນຖິ່ນນັ້ນທີ່ເຄີຍໄດ້ຢູ່ ກັບຄວາມຮັກທີ່ນ້ອງອູ້ມຊູ ດິນຟ້າຈົ່ງຮູ້ໄວ້ເປັນສັກຂີ ເຖິງຢູ່ໄກກັນ ຫົວໃຈອ້າຍນັ້ນບໍ່ໄດ້ໜ່າຍໜີ ອີກປີໜ້າຈະມາອີກທີ ສູ່ຂໍຄົນດີສາວບ້ານເກິນ ... intro ... ນ້ອງຂວັນຕາ ຈົ່ງສົງສານ ຫາກນ້ອງເຫັນໃຈອ້າຍນັ້ນ ຈະຮັກຈອມຂວັນບໍ່ໃຫ້ໂສກຕຣົມ ປີໜ້າຕໍ່ໄປ ຈະປູກເຂົ້າໄຮ່ເຂົ້ານາໃຫ້ສົມ ຫາກແມ່ນດິນຟ້າມີຄວາມອຸດົມ ຈະຂໍພິລົມໃຫ້ສົມຮັກດຽວ ອ້າຍຈະຂໍຈໍາ ດິນຖິ່ນນັ້ນທີ່ເຄີຍໄດ້ຢູ່ ກັບຄວາມຮັກທີ່ນ້ອງອູ້ມຊູ ດິນຟ້າຈົ່ງຮູ້ໄວ້ເປັນສັກຂີ ເຖິງຢູ່...
    ເນື້ອເພງ: ກ້ຽວສາວນາປົ່ງ ... intro ... ຊ: ໂອ້ສາວ ສາວງາມນາປົ່ງຝັງໃຈ ຄິດຮອດເຈົ້າຫຼາຍ ສາວຄົງເຊໂດນແດນນີ້ ອ້າຍຢູ່ປາກເຊ ຄິດຮອດເດຢູ່ທຸກນາທີ ຄືນວັນຝັນເຫັນຄົນດີ ວ່າຊ່ວຍນາລີນັ່ງຂາຍປິ້ງໄກ່ ຍ: ອ້າຍເອີຍ ບໍ່ຄືສົມຄໍາເວົ້າຈາ ບໍ່ເຫັນໜ້າມາ ຢື້ຢາມສາວນາປ່ົງຄອຍ ປິ້ງໄກ່ໄວ້ລໍ ລືມແລ້ວບໍ່ລົດຊາດເຄີຍລອງ ຫຼືອ້າຍໄປມີເຈົ້າຂອງ ປ່ອຍໃຫ້ນ້ອງຄອງຄອຍມື້ລໍວັນ ຊ: ບຸນໃຫຍ່ມະໂຫລານ ເທດສະການງານປິ້ງໄກ່ໃຫຍ່ ອ້າຍເຄີຍໃຫ້ສັນຍາໄວ້ ແລ້ວສິຕັ້ງໃຈໄປຫາຈອມຂວັນ ຍ: ຫາກເວົ້າບໍ່ຈິງ ໃຫ້ຟ້າດິນຊ່ວຍລົງໂທດທັນ ຈະລໍຄອຍຈົນເຖິງວັນນັ້ນ ຢ່າຫຼອກລວງກັນເດີບ່າວປາກເຊ ຊ: ຄໍາໝັ້ນສັນຍາ ຊິຫາຂອງໝັ້ນຂັນວາງສິນສອດ ຍ: ນ້ອງຄົງສົມໃຈທີ່ໄດ້ຕັ້ງລໍ ຊິບອກແມ່ພໍ່ຮັບອ້າຍເປັນເຂີຍ ຊ-ຍ: ຄູ່ສົມຄູ່ສ້າງ ຈະບໍ່ຫ່າງກັນເໝືອນດັ່ງເຊັ່ນເຄີຍ ຈະສ້າງຖານະຄວາມຝັນເຮົາເອີຍ ຢ່າຫ່າງກັນເລີຍປາກເຊນາປົ່ງ   ... intro ... ຊ: ບຸນໃຫຍ່ມະໂຫລານ ເທດສະການງານປິ້ງໄກ່ໃຫຍ່ ອ້າຍເຄີຍໃຫ້ສັນຍາໄວ້ ແລ້ວສິຕັ້ງໃຈໄປຫາຈອມຂວັນ ຍ: ຫາກເວົ້າບໍ່ຈິງ ໃຫ້ຟ້າດິນຊ່ວຍລົງໂທດທັນ ຈະລໍຄອຍຈົນເຖິງວັນນັ້ນ ຢ່າຫຼອກລວງກັນເດີບ່າວປາກເຊ ຊ: ຄໍາໝັ້ນສັນຍາ ຊິຫາຂອງໝັ້ນຂັນວາງສິນສອດ ຍ: ນ້ອງຄົງສົມໃຈທີ່ໄດ້ຕັ້ງລໍ ຊິບອກແມ່ພໍ່ຮັບອ້າຍເປັນເຂີຍ ຊ-ຍ...