ເນື້ອເພງ: ກະຖິນລືມຖິ່ນ - ຍິງ

... intro ...
ລົມເອີຍລົມ ລົມໜາວພັດຮວງເຂົ້າ
ລົມເໜືອພັດມາເບົາໆ ແຕ່ຫອບເຫງົາເຂົ້າເຕັມຫ້ອງໃຈ
ຈາກນາມາເກືອບສອງປີ ຢູ່ຣາດທານີເມືອງໄທ
ແດນດິນຖິ່ນສະຕໍຝັກໃຫຍ່ ແຕ່ຫົວໃຈຫ່ວງຫາບ້ານເຮົາ
ລົມວອຍໆ ໃຈລ່ອງລອຍຫວ້າເຫວ່
ຄິດຮອດບ້ານເຮົາແທ້ເດ ຄິດເດຄິດຮອດຜູ້ບ່າວ
ນັດກັນງານອອກພັນສາ ສັນຍາຊິຄືນບ້ານເຮົາ
ໄປນັ່ງເບິ່ງຊ່ວງເຮືອມ່ອງເກົ່າ ມ່ອງສອງເຮົານັດກັນໝັ້ນໝາຍ
 ຄໍາອ້າຍສັ່ງ ຍັງດັງກ້ອງຢູ່ວອນໆ ວອນໆໆໆ
ຫົວໃຈສຸດຫ່ວງຫາອາວອນ ຍາມນອນກໍ່ກອດໝອນແທນອ້າຍ
ບໍ່ເຄີຍລືມໝາກກະຖິນ ເຖິງກິນສະຕໍຝັກໃຫຍ່
ຍາມກິນໝາກສະຕໍເທື່ອໃດ ກໍ່ຄິດໃສ່ໝາກກະຖິນບ້ານເຮົາ
ຄົນເອີຍຄົນ ຄົນຫູເບົາເອົາງ່າຍ
ສັ່ງໃຫ້ລໍຄົງບໍ່ເຖິງຕາຍ ຊິໂວຍວາຍຫຍັງເດຜູ້ບ່າວ
ອົດໃຈລໍອີກຈັກປີ ເຖິງປີນີ້ນັດກັນແລ້ວຟາວ
ປີຊິມາຈຶ່ງພໍ້ກັນໜໍເຮົາ ນ້ອງຊິຕ່າວຄືນຖິ່ນກະຖິນ

( ຈົບເພງ )

ความคิดเห็น

โพสต์ยอดนิยมจากบล็อกนี้